ຂ່າວດ່ວນ

ຂ່າວອື່ນໆ

random

ຮູ້ບໍ່ວ່າຕື່ນນອນຕອນ 5 ໂມງເຊົ້າ! ດີກັບຮ່າງກາຍ ແລະ ຄວາມສໍາເລັດຂອງເຮົາແນວໃດແດ່


ຕື່ນນອນໄວຊ່ວຍລົດຂໍ້ຜິດພາດໃນຊີວິດ:
ນັກທຸລະກິດທີ່ປະສົຄວາມສໍາເລັດຈະຮູ້ດີວ່າລະບົບຮ່າງກາຍຂອງເຮົາຈະເຮັດວຽກໄດ້ດີ ແລະ ເຕັມທີ່ທີ່ສຸດໃນຊ້ວງ 5 ໂມງເຊົ້າ ເຊິ່ງບາງຄົນອາດຈະໃຊ້ເວລານີ້ໄປກັບການແລ່ນອອກກໍາລັງກາຍ ຫລື ເຂົ້າຟິດເນັດໃນຊ້ວງເດືອນທັນວາຂອງປີທີ່ຜ່ານມາ ຫລາຍຄົນໄດ້ລອງໃຊ້ເວລາ 5 ໂມງເຊົ້າໄປກັບການເຂົ້າຟິດເນັດຢ່າງຈິງຈັງ ມັນເຮັດໃຫ້ຮູ້ສຶກມີຄວາມສຸກ ແລະ ຮູ້ສຶກດີກັບໂຕເອງຫລາຍ

ຫນ້າແປກໃຈທີ່ການອອກກໍາລັງກາຍຊ່ວຍເຮັດໃຫ້ຮ່າງກາຍຂອງເຮົາເຮັດວຽກໄດ້ດີ ອີກທັງສະຫມອງກໍ່ຖືກອອກກໍາລັງໄປພ້ອມ ຫາກເຮົາຢາກທີ່ຈະປະສົບຄວາມສໍາເລັດໃນອາຊີບ ລອງຕື່ນນອນຕອນເຊົ້າແລ້ວໄປອອກກໍາລັງກາຍເບິ່ງ ແລະ ເມື່ອເຮົາຕື່ນນອນຕອນເຊົ້າເປັນກິດຈະວັດແລ້ວເຮົາຈະພົບວ່າເຮົາຈະບໍ່ໃຊ້ຊີວິດຜິດພາດຫລາຍເຫມືອນເມື່ອກ່ອນ

ເຮົາມີເວລາກວ່າສອງຊົ່ວໂມງທີ່ຈະເຮັດໃຫ້ຊີວິດຂອງເຮົາດີຂື້ນ:
ຈາກຕາຕະລາງກິດຈະວັດຂອງເຮົາມີເວລາອີກ 2 ຊົ່ວໂມງ ຫລັງຈາກອອກກໍາລັງກາຍພາຍໃນຕອນເຊົ້າ ແລະ ເຮົາເລືອກທີ່ຈະງົດໃຊ້ໂທລະສັບ ຫລື ອິນເຕີເນັດໃນຊ້ວງເວລານັ້ນພ້ອມ ເພາະຊ້ວງເວລາ 2 ຊົ່ວໂມງນັ້ນຄືເວລາພັກຜ່ອນລະຫວ່າງວັນຂອງເຮົານັ້ນເອງ ຈາກງານວິໃຈພົບວ່າ ເຮົາບໍ່ຄວນໃຫ້ມີສິ່ງໃດມາລົບກວນໃນຊ້ວງເວລານັ້ນ ເພື່ອທີ່ສະຫມອງຂອງເຮົາຈະເຮັດວຽກໄດ້ຢ່າງມີປະສິດທິພາບໃນລະຫວ່າງວັນ

ຕາຕະລາງເວລາ:
ຫາກເຮົາຢາກຈະຟື້ນຟູສະພາບຮ່າງກາຍ ແລະ ຈິດໃຈທີ່ເມື່ອຍລ້າ ລອງເຮັດຕາຕະລາງເວລາເຫລົ່ານີ້ເບິ່ງ ເຮົາຄວນຕັ້ງໂມງປຸກໃນເວລາ 4:55 ໂມງຕອນເຊົ້າ ຕັ້ງເຜື່ອໄວ້ກ່ອນ 5 ໂມງເຊົ້າ ເພື່ອທີ່ຈະໄດ້ບັງຄັບໂຕເອງໃຫ້ລຸກອອກຈາກຕຽງ ຫລື ໃຊ້ເວລາ 5 ນາທີນັ້ນເພື່ອຢືດຕົນໂຕ ແລະ ກຽມໂຕຕື່ນນອນ ແລ້ວກໍ່ເກັບເຄື່ອງຂອງໄປຟິດເນັດ ປ່ຽນຊຸດ ແລະ ຕຽມນໍ້າດື່ມໃຫ້ຮຽບຮ້ອຍ ເຮົາຄວນຈະເຖິງປະຕູຫນ້າບ້ານໃນເວລາ 5:10-5:15 ໂມງ ຫລັງຈາກນັ້ນ ກໍ່ຄວນຈະເຖິງຢິມໃນເວລາ 5:30 ໂມງ ແລະ ໃຊ້ເວລາ 1 ຊົ່ວໂມງທີ່ເຫລືອ ອອກກໍາລັງກາຍໃຫ້ເຕັມທີ່ ທີ່ສໍາຄັນເຮົາຄວນຈະຮູ້ແຜນການລໍາດັບກ່ອນຫລັງໃຫ້ດີ ເພື່ອທີ່ຈະບໍ່ເສຍເວລາໄປກັບການອອກກໍາລັງກາຍຫລາຍເກີນໄປ

ແລະ ຕອນ 7 ໂມງເຮົາກໍ່ໄດ້ກັບມາເຖິງເຮືອນເພື່ອທີ່ຈະອາບນໍ້າ ແລະ ໃຊ້ເວລາອີກ 2 ຊົ່ວໂມງທີ່ເຫລືອເຮັດຕາມ to-do list ຂອງໂຕເອງໃຫ້ແລ້ວ ບໍ່ວ່າຈະເປັນກວດເບິ່ງອີເມວ ຫລື ລອງຄິດໄອເດຍໃຫມ່ໆເພື່ອມາປັບວຽກຂອງໂຕເອງ ບາງທີກໍ່ຂຽນ ຫລື ອ່ານສິ່ງທີ່ຕ້ອງເຮັດໄປພ້ອມ ຫລື ບາງມື້ອາດຈະເປັນຫນຶ່ງທີ່ແສນຫຍຸ້ງ ເພາະຈະຕ້ອງມີປະຊຸມເຮົາກໍ່ໃຊ້ເວລານີ້ແຫລະ ເພື່ອຂຽນຫົວຂໍ້ ແລະ ລາຍລະອຽດທີ່ຈະຕ້ອງປະຊຸມ ອີກທັງຍັງເປັນການຝຶກຕຽມໂຕປະຊຸມສໍາລັບມື້ນັ້ນພ້ອມ ແລະ ຊ້ວງເວລາທີ່ວຸ້ນວາຍກໍາລັງຈະມາເຖິງຄື ຊ້ວງເວລາ 8-9 ໂມງເຊົ້າ

 ເພາະມັນເປັນຊ້ວງເວລາທີ່ເຮົາອາດຈະຖືກລົບກວນຈາກການໂທເຂົ້າຂອງລູກຄ້າ ຫລື ແມ້ນແຕ່ລູກນ້ອງຂອງເຮົາເອງກໍ່ຕາມ ລອງນຶກເບິ່ງວ່າຖ້າເຮົາຕື່ນນອນໃນຊ້ວງເວລານີ້ ເຮົາອາດຈະບໍ່ທັນໄດ້ຕຽມໂຕເຮັດອັນໃດເລີຍ ຫລື ແມ້ແຕ່ຕຽມຄໍາຕອບໃຫ້ກັບລູກຄ້າໄດ້ທັນ ເມື່ອເຂັມໂມງຫມຸນມາຮອດເວລາ 9 ໂມງ ນັ້ນແປວ່າຊີວິດຂອງມື້ນີ້ກໍາລັງຈະເລີ້ມຂື້ນ ແຕ່ກໍ່ບໍ່ຄວນກັງວົນ ເພາະໄດ້ໃຊ້ເວລາ 2 ຊົ່ວໂມງກ່ອນຫນ້ານີ້ ເພື່ອໃຫ້ຮ່າງກາຍ ແລະ ສະຫມອງໄດ້ຕຽມໂຕເຮັດວຽກຢ່າງເຕັມທີ່ແລ້ວ ເຮົາເອງກໍ່ເຊັ່ນກັນ ຍິ່ງເຮົາເກັບກ່ຽວຊ້ວງເວລາ 2 ຊົ່ວໂມງທີ່ແລ້ວໃນການຈັດ ການກັບປັນຫາໄດ້ຫລາຍເທົ່າໃດ ຫລື ຕຽມໂຕເຮັດວຽກແລ້ວເຮົາເອງກໍ່ຈະໄດ້ບໍ່ຕ້ອງເຮັດຜິດພາດ ຫລື ກັງວົນກັບປັນຫາໃນແຕ່ລະວັນ

ຮູ້ບໍ່ວ່າຕື່ນນອນຕອນ 5 ໂມງເຊົ້າ! ດີກັບຮ່າງກາຍ ແລະ ຄວາມສໍາເລັດຂອງເຮົາແນວໃດແດ່ Reviewed by makarow on 7:23:00 PM Rating: 5

Contact Form

Name

Email *

Message *

Powered by Blogger.