ຂ່າວດ່ວນ

ຂ່າວອື່ນໆ

random

“ 3 ຢ່າງທີ່ແມ່ຍິງຕ້ອງການຈາກຜູ້ຊາຍ”


 ໂດຍທຳມະຊາດແລ້ວ ແມ່ຍິງບໍ່ແມ່ນຄົນທີ່ “ເອົາແຕ່ໃຈ” ພວກເຂົາພຽງຕ້ອງການໃຫ້ຊາຍຄົນຮັກ “ໃສ່ໃຈ”, ບໍ່ວ່າສາວນ້ອຍສາວໃຫຍ່ກໍລ້ວນແຕ່ຕ້ອງການການໃສ່ໃຈ, ຕ່າງແຕ່ສາວນ້ອຍຈະຕ້ອງການຫຼາຍກວ່າ ລວມທັງແມ່ຍິງທີ່ແຕ່ງງານມີລູກແລ້ວ ກໍຍິ່ງຕ້ອງການການໃສ່ໃຈຈາກສາມີຫຼາຍກວ່າສາວຂຶ້ນໃໝ່ດ້ວຍຊ້ຳ (ແຕ່ສ່ວນຫຼາຍສາມີຈະໃຫ້ບໍ່ໄດ້)
ສ່ວນອົງປະກອບສຳ​ຄັນຂອງການ “ໃສ່ໃຈ” ທີ່ແມ່ຍິງຕ້ອງການຈາກຜູ້ຊາຍກໍຄື: ການໃຫ້ເວລາ, ໃຫ້ຄຳເວົ້າທີ່ອ່ອນຫວານ, ເປັນຜູ້ຮັບຟັງທີ່ດີ ແລະ ເປັນທີ່ເພິ່ງພາອາໄສໄດ້ໃນຍາມທີ່ມີບັນຫາ, ຖ້າຊາຍໃດສາມາດໃຫ້ສິ່ງ​ເຫຼົ່ານີ້ໄດ້ ເຈົ້າກໍຈະກາຍເປັນຊາຍໃນຝັນຂອງນາງ

 ຢ່າງທີສອງທີ່ແມ່ຍິງຕ້ອງການກໍຄື “ຄວາມໝັ້ນຄົງທາງກາຍ” ຂໍນັ່ງຢັນນອນຢັນອີກວ່າ “ແມ່ຍິງບໍ່ໄດ້ຕ້ອງການເງິນ” ແຕ່ແມ່ຍິງຕ້ອງການຄວາມສະດວກສະບາຍທາງກາຍ ເພື່ອມາທົດແທນຄວາມບໍ່ໝັ້ນຄົງທາງໃຈທີ່​ແມ່ຍິງທຸກຄົນມີໂດຍທຳມະຊາດ, ຍ້ອນອາລົມຍິງມີຂຶ້ນມີລົງຄືດັ່ງຄື້ນນ້ຳ ແຕ່ໜ້າເສຍດາຍທີ່ຄວາມສະດວກສະບາຍດັ່ງກ່າວນັ້ນ ສ່ວນໃຫຍ່ແມ່ນໃຊ້ເງິນຊື້ເອົາ, ຖ້າເຈົ້າໃຫ້ໄດ້ ເຈົ້າກໍຈະກາຍເປັນຊາຍໃນຝັນຂອງນາງຢ່າງແນ່ນອນ
 ຢ່າງທີສາມທີ່ແມ່ຍິງຕ້ອງກໍຄື “ຮູບຫຼໍ່” ແຕ່ຄວາມຫຼໍ່ເຫຼົາເຈົ້າຊູ້ນີ້ ແມ່ຍິງຕ້ອງການເປັນພຽງແຕ່ “ຂອງແຖມຟຣີ” ເທົ່ານັ້ນ, ​ຖ້າໄດ້ກໍເອົາ ຖ້າບໍ່ໄດ້ກໍເອົາ.

“ 3 ຢ່າງທີ່ແມ່ຍິງຕ້ອງການຈາກຜູ້ຊາຍ” Reviewed by makarow on 7:19:00 PM Rating: 5

Contact Form

Name

Email *

Message *

Powered by Blogger.