ຂ່າວດ່ວນ

ຂ່າວອື່ນໆ

random

ຄົນປະຈຸບັນເປັນພະຍາດກົດໄຫຼຢ້ອນຈຳນວນຫຼາຍຂື້ນ…!!! 5 ວິທີ​ປະຕິບັດ​ຕົນເອງ​ ເຮັດ​ຕາມ​ນີ້​ຮັບຮອງ​ວ່າ​ບໍ່​ມີ​ “ກົດ​ໄຫຼ​ຍ້ອນ​” ອ່ານເບີ່ງເລີຍ…??


ຄົນ​ລຸ້ນ​ໃໝ່​ເປັນ​ພະຍາດ​ກົດ​ໄຫຼຍ້ອນຈຳນວນຫຼາຍ​ຂຶ້ນ​ ພົບ​ໄດ້​ຕັ້ງ​ແຕ່​ເດັກ​ນ້ອຍ​ໄປ​ຈົນ​ເຖິງ​ຜູ້ໃຫຍ່​ ເອີ້ນວ່າ​ໃຜ​ໆ​ກໍ​່ເປັນ​ໄດ້ຄືກັນ ແຕ່​ຖ້າ​ເຈົ້າ​ບໍ່​ຕ້ອງ​ການ​ທີ່​ຈະ​ທໍລະມານ​ກັບ​ພະຍາດ​ຮ້າຍ​ພະຍາດ​ນີ້​ດົນ​ໆ​ ຕ້ອງ​ມາລອງ​ເບິ່ງ​ 5 ກົດ​ເຫຼັກ​ທີ່​ຕ້ອງ​ເຮັດ​ ຖ້າ​ຢາກເຊົາ​ຈາກ​ພະຍາດ​ “ກົດ​ໄຫຼ​ຍ້ອນ​” ດັ່ງ​ຕໍ່ໄປ​ນີ້​​

ພະຍາດ​ທີ່ເຮົາ​ນີ້​ເປັນ​ພາ​ວະ​ທີ່​ນ້ຳ​ຍ່ອຍ​ຈາກ​ກະເພາະ​ອາຫານ​ໄຫຼ​ຍ້ອນ​ກັບ​ຂຶ້ນ​ໄປ​ໃນ​ຫຼອດ​ອາຫານ​ ຊຶ່ງ​ເປັນ​ບໍລິເວນ​ທີ່​ອ່ອນແອ​ ນ້ຳ​ຍ່ອຍ​ຈາກ​ກະເພາະ​ອາຫານ​ຈະ​ເຮັດໃຫ້​ເກີດ​ອາການ​ແສບ​ຮ້ອນ
ບໍລິເວນ​ໜ້າເ​ອິກ​ ຫຼື ​ອາການ​ໄຫຼຍ້ອນ​ຈົນ​ໄປຂັດຂວາງການເຮັດວຽກໃນຊີວິດ​ປະຈຳ​ວັນ​ຂອງ​ເຈົ້າ​ໄດ້​ກ່ອນທີ່ຈະ​ໄປ​ເບິ່ງ​ວິທີ​ການ​ແກ້​ບັນຫາ​ ມາ​ເບິ່ງ​ສາ​ເຫດ​ຂອງ​ພະຍາດ​ກ່ອນ​ດີກວ່າ​

* ສາ​ເຫດ​ພະຍາດ​ກົດ​ໄຫຼ​ຍ້ອນ​
1. ຄວາມ​ຜິດ​ປົກກະຕິ​ຂອງ​ຫູຮູດ​ສ່ວນ​ປາຍ​ຫຼອດ​ອາຫານ​
ຊຶ່ງ​ເຮັດ​ໜ້າທີ່​ໃນ​ການ​ປ້ອງ​ກັນ​ກົດ​ໄຫຼ​ຍ້ອນ​ຈາກ​ກະເພາະ​ອາຫານ​ຂຶ້ນ​ໄປ​ທີ່​ອະໄວຍະວະ​ສ່ວນ​ເທິງ​ ຄວາມ​ຜິດ​ປົກກະຕິ​ເຫຼົ່າ​ນີ້​ອາດ​ເກີດ​ຈາກ​ການ​ດື່ມທາດເຫຼົ້າ ການ​ສູບຢາ ແລະ ​ການ​ຮັບປະທານ​ຢາ​ບາງ​ຊະນິດ​ ເຊັ່ນ​ ຢາ​ປິ່ນປົວພະຍາດ​ຫອບ​ຫືດ​ບາງຊະນິດ

2. ຄວາມ​ຜິດ​ປົກກະຕິ​ໃນ​ການ​ປັ້ນ​ຂອງ​ຫຼອດ​ອາຫານ​
ຄວາມ​ຜິດ​ປົກກະຕິ​ນີ້​ຈະ​ເຮັດໃຫ້​ອາຫານ​ທີ່​ຮັບປະທານ​ເຂົ້າໄປ​ໄຫຼ​ລົງ​ໄປ​ຊ້າ​ ຫຼືເຮັດໃຫ້​ອາຫານ​ໄຫຼຍ້ອນ​ຂຶ້ນ​ມາ​ຈາກ​ກະເພາະ​ອາຫານ​ ແລະ ​ຄ້າງ​ຢູ່ໃນ​ຫຼອດ​ອາຫານ​ດົນ​ກວ່າປັກກະ​ຕິ​
3. ຄວາມ​ຜິດ​ປົກກະຕິ​ຂອງ​ການ​ປັ້ນ​ຂອງ​ກະເພາະ​ອາຫານ​
ຊຶ່ງ​ຈະ​ເຮັດໃຫ້​ອາຫານ​ຄ້າງ​ຢູ່ໃນ​ກະເພາະ​ອາຫານ​ດົນ​ກວ່າປັກກະ​ຕິ​ ເຮັດໃຫ້​ເພີ່ມ​ໂອ​ກາດ​ການ​ໄຫຼ​ຢ້ອນ​ຂອງ​ກົດ​ຈາກ​ກະເພາະ​ອາຫານ​ສູ່​ຫຼອດ​ອາຫານຫຼາຍຂຶ້ນ​ ອາຫານ​ປະ​ເພດ​ໄຂ​ມັນ​ສູງ​ ແລະ ​ຊັອກ​ໂກ​ແລດ​ ມີ​ຄວາມ​ສ່ຽງ​ທີ່​ຈະ​ເຮັດໃຫ້​ກະ ເພາະ​ອາຫານ​ປັ້ນຫຼຸດລົງ​

* ເຮົາ​ມີ​ວິທີ​ປະຕິບັດ​ຕົນ​ ເຮັດ​ຕາມ​ນີ້​ຮັບຮອງ​ວ່າ​ບໍ່​ມີ​ “ກົດ​ໄຫຼຍ້ອນ​”
1.ດື່ມ​ນ້ຳ​ 1 ແກ້ວ​ ກ່ອນ​ອາຫານ​ 30 ນາ​ທີ​ ແນະ​ນຳ​ໃຫ້​ປະສົມ​ກັບ​ນ້ຳ​ສະ​ກັດ​ສະໝຸນໄພ​ ເພື່ອ​ຊ່ວຍ​ໃນ​ລະບົບ​ການ​ຍ່ອຍ​ຂອງ​ອາຫານ​ ແຕ່​ຖ້າ​ບໍ່​ສະ​ດວກ​​ນ້ຳ​ດື່ມທຳມະດາ​ກໍໄດ້​
2.ກີນ​ກ້ວຍ​​ 1 ໜ່ວຍ ກ່ອນ​ອາຫານ​ ກ້ວຍ​ຈະ​ຊ່ວຍ​ເຄືອບ​ກະເພາະ​ອາຫານ​ເອົາ​ໄວ້​ ຫຼື ຫາກ​ຕ້ອງ​ການ​ກິນໝາກໄມ້​ ເຮົາ​ແນະ​ນຳ​ໃຫ້​ກິນກ່ອນ​ອາຫານ​ຫຼັກ​ ເພື່ອ​ທີ່​ຮ່າງກາຍ​ຈະ​ໄດ້​ສາມາດ​ດູດ​ຊັບ​ສານ​ອາຫານ​ຈາກ​ໝາກໄມ້​ໄດ້ຫຼາຍ​ທີ່ສຸດ​

3. ກິນ​ອາຫານ​ລົດທຳມະດາ​ ແລະ ​ຍ່ອຍ​ງ່າຍ​ ໃນ​ຊ່ວງ​ໄລຍະ​ 7-10 ວັນທີ​ເປັນ​ຢູ່​ ໃຫ້​ຫຼີກ​ລ້ຽງ​ການ​ກິນຊີ້ນ​ສັດ​ແບບ​ໜັກ​ໆ​ ອາຫານ​ເຜັດ​ ແລະ​ ອາຫານ​ມັນ​ ພ້ອມ​ທັງ​ພະຍາຍາມ​ຫຍ້ຳ​ອາຫານ​ໃຫ້​ລະອຽດ​ ແລະ ກິນ​ອາຫານ​ຊ້າ​ໆ​ ເພື່ອ​ຊ່ວຍ​ຫຼຸດ​ການ​ເຮັດ​ວຽກຂອງ​ກະເພາະ​ອາຫານ​
4. ຢ່າ​ດື່ມ​ນ້ຳ​ຫຼາຍ​ຈົນເກີນໄປ ໃນ​ຂະນະ​ກິນ​ອາຫານ​ ລວມ​ເຖິງ​ຫຼັງ​ອາຫານ​ໄປ​ 1 ຊົ່ວ​ໂມງ​ ຫຼາຍ​ຄົນ​ເຂົ້າໃຈ​ຜິດ​ວ່າ​ການ​ດື່ມ​ນ້ຳ​ຄວນ​ເຮັດ​ຫຼັງ​ອາຫານ​ ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ພຽງ​ຈິບ​ເປັນ​ນ້ຳ​ອຸ່ນ​ ຫຼື ​ຊຸບ​ຮ້ອນ​ໆ​ ກໍ​ພໍ​

5. ຢ່າ​ເອນ​ ຫຼື ເຂົ້າ​ນອນ​ທັນທີ​ພາຍຫຼັງ​ການ​ກິນ​ອາຫານ​ ສິ່ງ​ນີ້​ສຳຄັນ​ທີ່ສຸດ​ ແລະ ​ເປັນ​ສາ​ເຫດ​ຫຼັກ​ຂອງ​ຄົົນທີ່​ປ່ວຍ​ເປັນ​ພະຍາດ​ກົດ​ໄຫຼ​ຍ້ອນ​ ດັ່ງ​ນັ້ນ​ ຄວນ​ໃຫ້​ອາຫານ​ໄດ້​ໃຊ້​ເວລາ​ຍ່ອຍ​ຢ່າງ​ນ້ອຍ​ 3 ຊົ່ວ​ໂມງ​ກ່ອນ​ຈະ​ເຂົ້າ​ນອນ​ ຈະ​ເປັນ​ການ​ດີ​ທີ່ສຸດ​ ແລະ​ ຄວນ​ນອນ​ໝອນ​ສູງ​ເພື່ອ​ປ້ອງ​ກັນ​ການ​ໄຫຼຍ້ອນ​ກັບ​ຂອງ​ກົດ​
* ຫາກ​ມີ​ອາການ​ລະຫວ່າງ​ນອນ​ ໃຫ້​ລອງ​ນອນ​ສະ​ແຄງ​ຊ້າຍ​ ຈະ​ສາມາດ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ກົດ​ໄຫຼ​ຍ້ອນ​ໄດ້​
ຂະນະ​ດຽວ​ກັນ ອາການ​ກົດ​ໄຫຼ​ຍ້ອນ​ຈະ​ກັບ​ມາ​ອີກຫຼື​ບໍ່​ນັ້ນ​

ຂຶ້ນ​ຢູ່​ກັບ​ພຶດຕິກຳ​ການ​ກິນ ​ແລະ​ ການ​ໃຊ້​ຊີວິດ​ ແຕ່​ຢ່າງ​ນ້ອຍ​ຕອນ​ນີ້​ ເຈົ້າ​ກໍ​ສາມາດ​ຫາ​ສາ​ເຫດ​ແລະ​ຮູ້​ວິທີ​ການ​ເບິ່ງ​ແຍງ​ຕົນເອງ​ແລ້ວ​ ໜ້າ​ຈະ​ຊ່ວຍ​ໃຫ້​ອາການ​ທີ່​ເປັນ​ຢູ່​ນັ້ນເບົາ​ລົງ​ໄດ້​ແນ່ນອນ
ຄົນປະຈຸບັນເປັນພະຍາດກົດໄຫຼຢ້ອນຈຳນວນຫຼາຍຂື້ນ…!!! 5 ວິທີ​ປະຕິບັດ​ຕົນເອງ​ ເຮັດ​ຕາມ​ນີ້​ຮັບຮອງ​ວ່າ​ບໍ່​ມີ​ “ກົດ​ໄຫຼ​ຍ້ອນ​” ອ່ານເບີ່ງເລີຍ…?? Reviewed by makarow on 7:10:00 PM Rating: 5

Contact Form

Name

Email *

Message *

Powered by Blogger.