ຂ່າວດ່ວນ

ຂ່າວອື່ນໆ

random

ປະໂຫຍດຂອງ ໝາກກໍ່ ກັບສັບຜະຄຸນທີ່ບໍ່ຄວນພາດ!!!


ໝາກກໍ່ ເປັນໝາກທີ່ມີເປືອກແຂງຊະນິດໜຶ່ງ ເປັນອາຫານທີ່ຄົນທົ່ວໂລກຕ່າງກໍ່ນິຍົມກັນກິນຫຼາຍ ດ້ວຍຄວາມທີ່ເປັນແຫຼ່ງໂປຣຕີນສູງສຸດຍອດ ແລະ ຍັງອຸດົມດ້ວຍປະໂຫຍດຫຼາກຫຼາຍຕໍ່ຮ່າງກາຍ ສໍາຫຼັບໃຜທີ່ເປັນສາຍຮັກສາສຸຂະພາບຕ້ອງຮູ້ອາຫານຊະນິດນີ້ດີ ແຕ່ໃຜທີ່ບໍ່ເຄີຍກິນ ມາເບິ່ງກັນວ່າສັບພະຄຸນ ແລະ ປະໂຫຍດມີແນວໃດ?
8 ສັບພະຄຸນ ແລະ ປະໂຫຍດຂອງໝາກກໍ

1. ມີໂປຮຕີນສູງ ເປັນສານອາຫານສໍາຄັນທີ່ຮ່າງກາຍຕ້ອງການ ໝາກກໍ່ ຈຶ່ງເປັນອາຫານທີ່ດີຕໍ່ສຸຂະພາບອີກປະເພດໜຶ່ງທີ່ຊ່ວຍບໍາລຸງຮ່າງກາຍ ແລະ ສ້ອມແປງອະໄວຍະວະ,ເຮັດໃຫ້ຜົມ, ຜິວ, ເລັບ ມີສຸຂະພາບດີ
2. ມີສ່ວນຊ່ວຍບໍາລຸງ ແລະ ຮັກສາພະຍາດຫົວໃຈ, ໝາກກໍ່ ມີໄຂມັນທີ່ດີຕໍ່ຮ່າງກາຍຢູ່ໃນປະລິມານຫຼາຍ ເຊິ່ງຊ່ວຍຫຼົດລະດັບໄຂມັນ ແລະ ຄໍເລັດເຕີລໍໃນຮ່າງກາຍ ມີຫຼອດເລືອດ, ຫຼຸດອັດຕາການເປັນພະຍາດຫົວໃຈ ແລະ ມີຄວາມສ່ຽງທີ່ຈະເສຍຊີວິດຈາກພະຍາດຫົວໃຈອີກດ້ວຍ.ປ້ອງກັນການເປັນລິດສີດວງທະວານ, ພະຍາດມະເຮັງລໍາໄສ້ໃຫຍ່, ລໍາໄສ້ອັກເສບເປັນຕົ້ນ.

3. ເຮັດໃຫ້ລະບົບຂັບຖ່າຍດີຂື້ນ ເນື່ອງຈາກມີໄຟເບີສູງ,ຊ່ວຍຍ່ອຍອາຫານ ເຮັດໃຫ້ອາຈົມງ່າຍຂື້ນ , ຂັບຖ່າຍງ່າຍຂື້ນ ບັນເທົາອາການທ້ອງຜູກ ນອກຈາກນີ້ຍັງຊ່ວຍຫຼຸດຄວາມສ່ຽງໃນການ
4. ອຸດົມໄປດ້ວຍສານຕໍ່ຕ້ານອະນຸມູນອິດສະຫຼະ ເຊີີ່ງຊ່ວຍປ້ອງກັນພະຍາດມະເຮັງຊະນິດຕ່າງໆ ແລະ ຍັງຊ່ວຍຫຼຸດຄວາມເຖົ້າ ຊະລໍຄວາມເສື່ອມຂອງເຊວ, ຊະລໍການເກີດຮອຍຕີນກາ ແລະ ການແຮວຂອງຜິວໜັງ

5. ມີສານຊ່ວຍບໍາລຸງປະສາດ ແລະ ສະໝອງ ໃນໝາກກໍ່ ອຸດົມໄປດ້ວຍວິຕາມິນບີ 1 ແລະ ທາດທອງແດງ ເຊີງວິຕາມິນບີ 1 ຈັດເປັນອາຫານບໍາລຸງສະຫມອງທີ່ດີ ສ່ວນທາດທອງແດງ ນັ້ນຊ່ວຍສ້າງສືເັສັ້ນປະສາດເຊິ່ງເປັນສານທີ່ສະໝອງຕ້ອງໃຊ້ເພື່ອສົ່ງສັນຍານໄປຫາລະບົບຄວບຄຸມອະໄວຍະວະຕ່າງໆໃນຮ່າງກາຍ

6. ມີຊັບພະຄຸນຊ່ວຍບໍາລຸງກະດູກ ແລະ ແຂ້ວ ນອກຈາກວິຕາມິນບີ 1 ຊ່ວຍບໍາລຸງສະໝອງ ໝາກກໍ່ ຍັງອຸດົມໄປດ້ວຍທາດ ແລະ ອາຫານອື່ນໆ ອີກຫຼາກຫຼາຍ ທີ່ຊ່ວຍບໍາລຸງກະດຼກ ແລະ ແຂ້ວ ເຊັ່ນ: ແຄວຊຽມ ແລະ ຟອດຟໍລັດ, ໂອເມກາ3 ເຊິ່ງຊ່ວຍໃນເລື່ອງການປ້ອງກັນພະຍາດກະດູກຜຸ່ຍ ແລະ ພະຍາດໄຂຂໍ້ອັກເສບ
7. ຊ່ວຍຄວບຄຸມນໍ້າໜັກ ເພາະມີໄຟເບີສູງ, ອື່ມດົນ, ຫຼຸດຄວາມຍາກອາຫານລົງໄດ້ ລວມທັງຍັງມີໂອເມກ້າ 7 ເຊິ່ງຊ່ວຍຄວບຄຸມການເຜົາຜານພະລັງງານໃນຮ່າງກາຍ ແລະ ກົດພາດມິໂທລີອິດ ທີ່ເພີ່ມອັດຕາການເຜົາຜານພະລັງງານ ແລະ ຫຼຸດການສະສົມການຂອງໄຂມັນໃນຮ່າງກາຍ

8. ມີສ່ວນຊ່ວຍໃນການປ້ອງກັນພະຍາດເລືອດຈາງ ເນື່ອງຈາກໝາກກໍ່ ມີທາດທອງແດງໃນປະລິມານສູງ ໂດຍ ທອງແດງນັ້ນຈະຊ່ວຍໃຫ້ຮ່າງກາຍດູດຊືມທາດເຫຼັກເປັນທາດທີ່ສໍາຄັນ ແລະ ຈໍາເປັນການສ້າງເມັດເລືອດແດງ ຫາກຮ່າງກາຍຂາດທາດເຫຼັກກໍ່ຈະເຮັດໃຫ້ມີໂອກາດເປັນພະຍາດເລືອດຈ່າງນັ້ນເອງ

ປະໂຫຍດຂອງ ໝາກກໍ່ ກັບສັບຜະຄຸນທີ່ບໍ່ຄວນພາດ!!! Reviewed by makarow on 6:57:00 PM Rating: 5

Contact Form

Name

Email *

Message *

Powered by Blogger.