ຂ່າວດ່ວນ

ຂ່າວອື່ນໆ

random

ສຸດຍອດ…!!! ໃຜຢາກຫຼຸດນຳ້ໜັກ 6 ຢ່າງທີ່ຂາດບໍ່ໄດ້ມີແນວໃດແດ່? ເຮົາໄປຮູ້ພ້ອມໆກັນເລີຍ


ໄວລຸ້ນ​ເປັນໄ​ວ​ທີ່​ມີ​ຄວາມ​ພິ​ຖີ​ພິ​ຖັນ​ໃນ​ເລື່ອງ​ຮູບ​ຮ່າງ​ຂອງ​ຕົວ​ເອງ​ຄ່ອນ​ຂ້າງ​ຫລາຍ​ ໄວ​ລຸ້ນ​ສ່ວນ​ໃຫຍ່​ມັກ​ຈະ​ມີ​ຄວາມ​ຮູ້ສຶກ​ວ່າ​ຄວນ​ຈະຫຼຸດ​ນຳ້​ໜັກ​ ຊຶ່ງ​ບາງ​ຄົນ​ກໍຈ່ອຍ​ຢູ່​ແລ້ວ​ ກໍ​ຍັງ​ຕ້ອງ​ການ​ທີ່​ຈະ​ຫຼຸດ​ນຳ້​ໜັກ​ໃຫ້​ຈ່ອຍ​ລົງ​ໄປ​ອີກ​ ຄວາມ​ຈິງ​ແລ້ວ​ການ​ຫຼຸດ​ນຳ້​ໜັກ​ໂດຍ​ທີ່​ບໍ່​ຮູ້​ວ່າ​ນຳ້​ໜັກ​ຢູ່ໃນ​ເກນ​ປົກກະຕິ​ຢູ່​ແລ້ວ​ຫລື​ບໍ່​ນັບ​ວ່າ​ບໍ່​ຖືກ​ຕ້ອງ​ ຫາກ​ນຳ້​ໜັກ​ຕົວ​ຕຳ່​ກວ່າ​ປົກ ກະຕິ​ແລ້ວ​ຍັງ​ໄປຫຼຸດ​ນຳ້​ໜັກ​ລົງ​ອີກ​ກໍ​ຈະ​ເປັນ​ອັນຕະລາຍ​ໄດ້​ ທັງ​ນີ້​ເພາະ​ນຳ້​ໜັກ​ທີ່​ຫລາຍ​ເກີນ​ໄປ​ຫລື​ນ້ອຍ​ເກີນ​ໄປ​ ກໍ​ມີ​ຜົນ​ເສຍ​ຕໍ່​ສຸຂະພາບ​.

1) ເມັດອີ່ຕູ່ “ອາຫານຫຼຸດພຸງແສນງ່າຍແຕ່ປະໂຫຍດ ເພາະມີວິຕາມິນເອທີ່ສູງກັບ ເສັ້ນໃຍລະລາຍນຳ້ (Soluble fiber) ທີ່ເບິ່ງເປັນວຸ້ນໃສ ເມື່ອ ແຊ່ໃນນຳ້ນັ້ນ ມັນຈະແງຂື້ນຊ່ວຍພອງໃນທ້ອງໃຫ້ອິ່ມແຕ່ບໍ່ຕຸ້ຍ” ເຕັກນິກກິນງ່າຍຄື ແຊ່ນຳ້ໃຫ້ພອງເຕັມທີ່ກ່ອນ ຢ່າໃຈຮ້ອນ ແລ້ວຄ່ອຍປຸງຮັບ ປະທານຫລືນຳມາດື່ມໃສ່ນຳ້ດື່ມ ຫລື ນຳ້ໝາກໄມ້.

2) ຖົ່ວດິນ: ຂອງກິນຊ່ວຍຫຼຸອາການຫິວໄດ້ ໃຊ້ແທນຂອງວ່າງທີ່ແສນຕຸ້ຍຄືມັນຈືນມັນຝຣັ່ງ “ການຮັບປະທານຖົ່ວດິນແບບບໍ່ປຸງລົດຈະໃຫ້ຄວາມ ຮູ້ສຶກອິ່ມທ້ອງຈາກ ໃຍອາຫານຖົ່ວ ທີ່ມີຢູ່ຢ່າງອຸດົມສົມບູນ ຖົ່ວຈະມີພະລັງງານສູງ ແຕ່ດ້ວຍໃຍອາຫານຂອງມັນກັບໂປຼຮຕິນນີ້ເອງທີ່ຊ່ວຍໃຫ້ຮູ້ ສຶກບໍ່ຫິວຈົນເກີນໄປ”.

3) ແອັບເປີ້ນຂຽວ: ຊ່ວຍໃຫ້ອິ່ມຮັບປະທານງ່າຍ ແລະ ເກັບໄວ້ໄດ້ດົນ “ເກັບໄວ້ຮັບປະທານໃນຕູ້ເຢັນທີ່ຫ້ອງການກໍໄດ້.

4) ໝາກນາວ: “ໝາກນາວຕິດເຮືອນຫລືຫ້ອງການໄວ້ ບໍ່ມີເວລາແທ້ໆກໍບີບເຂົ້າປາກເລີຍກໍຍັງໄດ້ ນຳ້ໝາວທີ່ຂົມນິດໆ ຈະຊ່ວຍໃຫ້ຮູ້ສຶກຫາຍ ຫິວໄດ້ດົນຫລາຍຊົ່ວໂມງຫລັງຈາກກີນ.

5) ປາທູໜ້າ: ຕິດທູໜ້າກະປ໋ອງໄວ້ໃນທຸກທີ່ ຈະໃສ່ໃນກະເປົາຖືຫລືເປ້ເຮັດວຽກກໍໄດ້ເກັບງ່າຍ ຢູ່ໄດ້ທົນດີ ເພາະທູໜ້າຊ່ວຍໃຫ້ອິ່ມຈາກໂປຼຮຕິນ ເນັ້ນໆ “ປ່ຽມໄປດ້ວຍຄຸນຄ່າຈາກໄຂມັນຕ້ານແກ່ກ່ອນໄວເຊັ່ນໂອເມກ້າ 3.

6) ໄຂ່ຕົ້ມ: “ອາຫານລຫຼຸດຕຸ້ຍທີ່ໄດ້ຜົນ“ການຮັບປະທານໄຂ່ມີສ່ວນຊ່ວຍຫຼຸດໄຂມັນໄດ້ຈາກງານວິໄຈໃໝ່ສ່ວນໄຂ່ຂາວກໍເປັນໂປຼຮຕິນລ້ວນ ທີ່ຊ່ວຍ ໃຫ້ບໍ່ໂຊມເວລາຫຼຸດນ້ຳໜັກ ເພາະມັນສ້າງກ້າມເນື້ອທີ່ເຜົາຜານໄຂມັນໂດຍທຳມະຊາດ”.

ສຸດຍອດ…!!! ໃຜຢາກຫຼຸດນຳ້ໜັກ 6 ຢ່າງທີ່ຂາດບໍ່ໄດ້ມີແນວໃດແດ່? ເຮົາໄປຮູ້ພ້ອມໆກັນເລີຍ Reviewed by makarow on 11:50:00 PM Rating: 5

Contact Form

Name

Email *

Message *

Powered by Blogger.