ຂ່າວດ່ວນ

ຂ່າວອື່ນໆ

random

ຫຼຸດກິ່ນໂຕງ່າຍໆດ້ວຍ 5 ວິທີເຫຼົ່ານີ້!


ຫຼຸດກິ່ນໂຕງ່າຍໆດ້ວຍ 5 ວິທີເຫຼົ່ານີ້!
1. ຮັກສາຄວາມສະອາດຂອງຮ່າງກາຍຢູ່ສະເໝີ
ການອາບນ້ຳຊຳລະລ້າງຮ່າງກາຍນັ້ນເປັນວິທທີທີ່ງ່າຍແລະສຳຄັນທີ່ສຸດໃນການກຳຈັດກິ່ນໂຕ ເພາະສະບູທີ່ໃຊ້ຈະຊ່ວຍໃນການຊະລ້າງໄຂມັນ ສິ່ງສົກກະປົກແລະແບັກທີເລຍອອກຈາກຮ່າງກາຍ ລວມເຖິງໃນບາງຍີ່ຫໍ້ຂອງສະບູຍັງມີສ່ວນຜະສົມທີ່ລະງັບການຈະເລີນເຕີບໂຕຂອງແບັກທີເລຍ ຫຼຸດອາການຄັນແລະມີສານສະກັດທຳມະຊາດທີ່ໃຫ້ກິ່ນສົດຊື່ນ ນອກນີ້ການຂັດຫຼືສະຄັບໂຕໃນບາງຄັ້ງ ໂດຍເນັ້ນຈຸດທີ່ອັບຊື້ນກໍ່ຈະຊ່ວຍຫຼຸດກິ່ນໂຕລົງໄດ້ຫຼາຍ

2. ການໃຊ້ຜະລິດຕະພັນລະງັບກິ່ນໂຕ
ກໍລະນີທີ່ຕ້ອງການກຳຈັດກິ່ນໂຕຢ່າງໄວວາ ລອງຫາຜະລິດຕະພັນລະງັບກິ່ນໂຕທີ່ມີສ່ວນຜະສົມຈາກທຳມະຊາດ ແລະອ່ອນໂຍນຕໍຜິວເຊັ່ນ ຫີນສົ້ມ ກໍ່ຈະຊ່ວຍໃຫ້ມີກິ່ນຫຼຸດລົງແລະບໍ່ຄັນຄາຍອີກດ້ວຍ

3. ເຊັດໂຕໃຫ້ແຫ້ງຫຼັງອາບນ້ຳແລ້ວ
ແມ້ຈະມີການທຳຄວາມສະອາດຮ່າງກາຍຢ່າງດີແລ້ວກໍ່ຕາມ ແຕ່ຫາກບໍ່ເຊັດໂຕໃຫ້ສະອາດຕາມຊອກຫຼືບຂອງຮ່າງກາຍເຊັ່ນ ຫຼັງກູ ຂໍ້ພັບ ງ່າມນິ້ວຕີນ ລວມທັງປ່ອຍໂຕໃຫ້ແຫ້ງເອງນັ້ນ ນອກຈາກຈະບໍ່ສະບາຍໄດ້ງ່າຍແລ້ວ ການສົ່ງຜົນໃຫ້ເກີດການອັບຊຸ່ມ ໝັກໝົມ ແລະແບັກທີເລຍກໍ່ສາມາດຈະເລີນເຕີບໂຕໄດ້ໄວ ອັນເປັນສາເຫດຂອງກິ່ນໂຕນັ້ນເອງ

4. ຫຼຸດການກິນອາຫານແລະເຄື່ອງເທດສະໝຸນໄພທີ່ມີກິ່ນແຮງ
ເນື່ອງຈາກອາຫານບາງຊະນິດ ຫຼືສະໝຸນໄພເຄື່ອງເທດສ່ວນໃຫຍ່ມັກຈະມີກິ່ນຂິວ ແລະລົດຊາດເຜັດຮ້ອນແຮງ ເມື່ອເຮົາກິນເຂົ້າໄປໃນປະລິມານຫຼາຍແລະຕໍ່ເນື່ອງຮ່າງກາຍກໍ່ຈະທຳການຂັບກິ່ນເຫຼົ່ານັ້ນອອກທາງຜິວນັງ ໂດຍສະເພາະໃນເວລາທີ່ເຫື່ອອອກປະກອບກັບແບັກທີເລຍທີ່ຢູ່ຕາມຜິວໜັງກໍ່ຈະຊ່ວຍເສີມແຮງຂອງກິ່ນໃຫ້ຟຸ້ງກະຈາຍຫຼາຍຂື້ນ ເຊັ່ນກະທຽມ ພິກໄທ ຜັກຊີ ປາແດກ ຫຼືແມ້ແຕ່ມາກໄມ້ຢ່າງຖົ່ວລຽນ ກໍ່ລ້ວນແຕ່ສົ່ງກິ່ນວິນຫົວໄດ້ເຊັ່ນກັນ ດັ່ງນັ້ນຄວນກິນໜ້ອຍໆຈະດີກວ່າ

5. ປ່ຽນເຄື່ອງນຸ່ງໃໝ່ທີ່ແຫ້ງແລະສະອາດ
ແມ້ຈະເບິ່ງເປັນເລື່ອງທຳມະດາທີ່ໃຜໆກໍ່ເຮັດ ແຕ່ເສື້ອຜ້າທີ່ເຮົານຸ່ງນີ້ແຫຼະເປັນແລ່ງກໍ່ໃຫ້ເກີດເຊື້ອໂລກ ແລະສ້າງກິ່ນບໍ່ປະສົງໄດ້ໂດຍສະເພາະໃນລະດູຝົນ ການຊັກເຄື່ອງໃນເວລາກາງຄືນແລະຕາໃນບ່ອນຮົ່ມ ກໍ່ມັກຈະເກີດກິ່ນອັບໄດ້ງ່າຍ

ຫຼຸດກິ່ນໂຕງ່າຍໆດ້ວຍ 5 ວິທີເຫຼົ່ານີ້! Reviewed by makarow on 9:02:00 PM Rating: 5

Contact Form

Name

Email *

Message *

Powered by Blogger.