ຂ່າວດ່ວນ

ຂ່າວອື່ນໆ

random

ການຫືງຫວງແນວໃດ ບໍ່ໃຫ້ແຟນລຳຄານ


ໃນເລື່ອງຂອງຄວາມຮັກ ຄົນທີ່ເປັນແຟນກັນຈະຮູ້ສຶກຫຶງຫວງກັນ ກໍເປັນເລື່ອງທຳມະດາ ແຕ່ການສະແດງອອກນັ້ນ ກໍໃຫ້ເໝາະສົມ ຢ່າຫຶງຫວງກັນເກີນໄປຈົນເຮັດໃຫ້ຝ່າຍໜຶ່ງເກີດອາການລຳຄານໄດ້

1ຢ່າໃຫ້ອາລົມມາຄວບຄຸມເຫດຜົນ ຫາກເຮົາໃຊ້ອາລົມຢ່າງດຽວ ອາດຈະໃຈຮ້າຍຈົນບໍ່ຟັງເຫດຜົນຂອງຄົນອື່ນ
2ຢ່າສະແດງອອກໜ້າອອກຕາ ແລະທີ່ສຳຄັນ ຢູ່ນຳຫຼາຍຄົນຢ່າຫຶງຫຼາຍຈົນເກີນໄປ ຈົນເຮັດໃຫ້ໂຕເອງເປັນເປົ້າສາຍຕາຂອງຄົນອື່ນ ແລະຈະເຮັດໃຫ້ເຈົ້າ ແລະແຟນຮູ້ສຶກອາຍໄດ້
3ປ່ຽນວິທີການ ແທນທີ່ຈະຮ້າຍອອກມາ ປ່ຽນເປັນການສະແດງອອກ ໃຫ້ເຂົາຮູ້ສຶກເຫັນໃຈ ແລະເຫັນຄວາມສຳຄັນຂອງເຮົາຈະດີກວ່າ

4ເກັບອາລົມ ເບິ່ງເຫດການໃຫ້ດີໆ ບໍ່ແມ່ນພົບເຫດການນັ້ນໃດໜຶ່ງແລ້ວ ຮູ້ສຶກຫຶງແລ້ວກໍສະແດງອອກມາທັນທີ, ເບິ່ງຈັງຫວະກ່ອນວ່າເໝາະສົມ ຫຼືບໍ່, ຫາກເຫັນວ່າບໍ່ສົມຄວນ ກໍຄວນເກັບໄວ້ຖາມກັບນຳຫຼັງຈະດີກວ່າ
5ຢ່າຮູ້ສຶກຫຶງຫຼາຍເກີນໄປ ບໍ່ແມ່ນວ່າ ຈະໄປໃສກັບໝູ່ກໍບໍ່ໄດ້ ຕ້ອງຖາມ ຕ້ອງລະແວງຕະຫຼອດ ຖ້າເຮັດແບບນີ້ຈະເຮັດໃຫ້ເຂົາລຳຄານໄດ້
ການຫືງຫວງແນວໃດ ບໍ່ໃຫ້ແຟນລຳຄານ Reviewed by makarow on 8:52:00 PM Rating: 5

Contact Form

Name

Email *

Message *

Powered by Blogger.