ຂ່າວດ່ວນ

ຂ່າວອື່ນໆ

random

ຮູ້ຫຼືບໍ່? ຄວາມຈິງແລ້ວ ວິຕາມິນຊີ ສຳຄັນຕໍ່ຮ່າງກາຍແນວໃດ?


ແມ້ຈະຮູ້ກັນດີຢູ່ແລ້ວວ່າການກິນວິຕາມິນຊີ (ທີ່ໄດ້ຈາກຜັກແລະມາກໄມ້) ນັ້ນເປັນສິ່່ງທີ່ດີ ແຕ່ເຄີຍຮູ້ຫຼືບໍ່ວ່າມັນດີຕໍ່ຮ່າງກາຍເຮົາຢ່າງໃດ ແລ້ວຈະຕ້ອງຫາກິນຈາກຜັກໝາກໄມ້ຊະນິດໃດແດ່ເຖິງຈະໄດ້ຮັບວິຕາມິນຊີໂດຍກົງ ດຽວມື້ນີ້ພວກເຮົາຈະມາບອກໃຫ້ຟັງ
ວິຕາມິນຊີ ດີແນວໃດ?

1.ຊ່ວຍໃນການສ້າງຄໍລາເຈັນ ເຊິ່ງເປັນໂປຣຕີນຊະນິດໜຶ່ງເປັນສ່ວນປະກອບຂອງກະດູກ ກະດູກອ່ອນ ກ້າມເນື້ອແລະຫຼອດເລືອດ
2.ຊ່ວຍຮັກສາຫຼອດເລືອດຝອຍ ກະດູກແລະແຂ້ວໃຫ້ແຂງແຮງ

3.ຊ່ວຍໃນຂະບວນການສະໝານແຜໃຫ້ຫາຍໄດ້ໄວ
4.ຊ່ວຍໃນການສ້າງສານສຳຄັນໃນຮ່າງກາຍຂອງເຮົາເຊັ່ນ ອີພິເນຟຣິນ (epinephrine)ຄໍຕິໂຄສຕີຣອຍ (corticosteroids) ເປັນຕົ້ນ

5.ວິຕາມິນຊີຍັງຊ່ວຍໃຫ້ການດູດຊຶມຂອງທາດເຫຼັກ ຈາກທາງເດີນອາຫານໄດ້ດີຍິ່ງຂື້ນອີກດ້ວຍ
ຜັກໝາກໄມ້ແຫຼ່ງອຸດົມວິຕາມິນຊີ

ວິຕາມິນຊີທີ່ດີຄວນເປັນວິຕາມິນຊີທີ່ໄດ້ຈາກຜັກໝາກໄມ້ ຜົນຜະລິດຈາກທຳມະຊາດ ເຊິ່ງມີຢູ່ຫຼາຍໃນອາຫານທີ່ເຮົາກິນເປັນປະຈຳທຸກວັນເຊັ່ນ ໝາກສິດາ ໝາກກ້ຽງ ໝາກຫຸ່ງ ໝາກນາວ ບ໊ອກໂຄລີ້ ອະງຸ່ນ ສະຕໍເບີລີ້ ໝາກກິວີ່ ແຄນຕາລຸບ ໝາກເລ່ນ ມັນຝລັ່ງ ແລະຜັກໃບຂຽວເປັນຕົ້ນ

ຮູ້ຫຼືບໍ່? ຄວາມຈິງແລ້ວ ວິຕາມິນຊີ ສຳຄັນຕໍ່ຮ່າງກາຍແນວໃດ? Reviewed by makarow on 8:41:00 PM Rating: 5

Contact Form

Name

Email *

Message *

Powered by Blogger.